ສີລັງກາ ເລັ່ງຊຸກຍູ້ການຜະລິດ ກະສິກຳເພື່ອສົ່ງອອກ
ສຳນັກຂ່າວຊິນຮວາ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ທ່ານ ຣາເມຊ ປາຖີຣານາ ລັດຖະມົນຕີ ກະຊວງອຸດສາຫະກຳ ການປູກຝັງ ສີລັງກາ ໄດ້ມີການວາງ
ແຜນສ້າງລາຍໄດ້ຈາກການຜະລິດກະສິກຳ-ການກະເສດ ແລະ ການສົ່ງອອກຜະລິດຕະພັນຢາງ 900 ລ້ານໂດລາ ແລະ ຜະລິດຕະພັນສຳເລັດຮູບ-ເຄິ່ງ
ສຳເລັດຮູບຂອງໝາກພ້າວອີກ 700 ລ້ານໂດລາໃນປີ 2023 ນີ້.
ທ່ານລັດຖະມົນຕີ ໃຫ້ຮູ້ອີກວ່າ: ເນື່ອງຈາກພາກທຸລະກິດດ້ານການປູກຝັງ, ການກະເສດໄດ້ປະສົບກັບບັນຫາທຳມະຊາດ ແລະ ສິ່ງແວດລ້ອມ,
ເສດຖະກິດ-ສັງຄົມ, ການເງິນໃນໄລຍະຜ່ານມາ, ແມ່ນຂາດແຄນປຸ໋ຍຊີວະພາບ ແລະ ອື່ນໆມີການປ່ຽນແປງ, ພ້ອມດຽວກັນນັ້ນປະເທດ ສີລັງກາ ຈະມີ
ການວາງແຜນສົ່ງອອກຊາປີນີ້ ຈຳນວນ 290 ລ້ານກິໂລກຣາມ ແລະ ວາງແຜນພັດທະນາອຸດສາຫະກຳໝາກພ້າວ ເພື່ອສ້າງລາຍໄດ້ໃຫ້ບັນລຸ 2 ຕື້ໂດລາ,
ດ້ວຍການສົ່ງອອກຜະລິດຕະພັນໝາກພ້າວໃຫ້ໄດ້ໃນໄລຍະຕໍ່ໜ້າ.
ນອກນີ້ຍັງມີການວາງແຜນຂະຫຍາຍການປູກໝາກພ້າວ ທີ່ແຂວງທາງພາກເໜືອຂອງປະເທດ ເພື່ອສ້າງພູມີພາກສາມຫຼ່ຽມໝາກພ້າວ (coconut
triangle) ແຫ່ງໃໝ່ຕື່ມອີກ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/08/2023